ສ້າງໂດຍ: ພິດສະໄໝ ໂທ: 02098788718
ເຄິ່ງສັດຕະວັດກວ່າທີ່ຜ່ານມາ, ປະເທດລາວຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວ,ປະຊຊົນລາວບັນດາເຜົ່າ ໄດ້ຖືກບັງຄັບໃຫ້ເປັນຂ້ອຍຂ້າມ້າໃຊ້ຂອງພວກເຂົາຢ່າງໜັກໜ່ວງ ຍ້ອນ ການກົດຂີ່ຂູດຮີດຄືແນວນັ້ນ ປະຊາຊົນລາວຈຶ່ງໄດ້ລຸກຂຶ້ນຕໍ່ສູ້ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ບໍ່ຍອມຈຳນົນຕໍ່ສັດຕູ, ນີ້ແມ່ນການຕໍ່ສູ້ຢ່າງພິລະອາດຫານ ທົນທານໜຽວແໜ້ນຂອງກຳລັງປະກອບອາວຸດພ້ອມກັບປະຊາຊົນລາວບັນດາເຜົ່າ ທີ່ເຕັມໄປດ້ວຍຄວາມລະອິດລະອ້ຽວລຳບາກ, ຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃນທີ່ສຸດກໍສາມາດຍາດໄດ້ໄຊຊະນະ, ກ້າວໄປເຖິງການຍຶດອຳນາດ ສະຖາປານາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສົມ ບູນໃນວັນທີ 2 ທັນວາ 1975, ຜົນງານອັນສະຫງ່າລາສີທີ່ກອງທັບປະຊາຊົນລາວຍາດມາໄດ້ນັ້ນ ກຳລັງປະກອບອາວຸດ ເຮົາໄດ້ປະກອບສ່ວນຢ່າງສົມກຽດເປັນກຳລັງຫຼັກແຫຼ່ງທີ່ແຂງແກ່ນຂອງການປະຕິວັດ, ເປັນເຄື່ອງມືທີ່ແຫຼມຄົມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ.
ການກຳເນີດຂອງເຫຼົ່າຮົບເສນາຮັກ ແລະ ໜໍ່ແໜງຂອງໂຮງຮຽນສ້າງແພດຊັ້ນກາງກອງທັບ, ເມື່ອຫວນຄືນປະຫວັດສາດແຫ່ງການຕໍ່ສູ້ ອັນຍາວນານຂອງຊາດເຮົາ,ເຫຼົ່າຮົບເສນາຮັກໄດ້ປະກອບ ສ່ວນຄຽງບ່າຄຽງໄຫຼ່ກັບເຫຼົ່າຮົບອື່ນໆ ໃນພາລະກິດປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ເຄື່ອນໄຫວປະ ຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອຜູ້ຖືກບາດເຈັບຢູ່ສະໜາມຮົບ ແລະ ນອກສະໜາມຮົບ ຢ່າງພິລະອາດຫານ, ບໍ່ຮູ້ອິດ, ບໍ່ຮູ້ເມື່ອຍ, ບໍ່ຄອນແຄນຕໍ່ຫ່າລູກລະເບີດ, ກະສູນ, ໝາກບົ່ມ, ຟ້າຝົນພະຍຸແຮງ ແມ່ນກະທັງເອົາຊີວິດຂອງຕົນເພື່ອກອບກູ້ຊີວິດຂອງພະນັກງານ, ນັກຮົບທີ່ຖືກບາດເຈັບ ແລະ ເສຍຊີ ວິດຢູ່ໜ້າສະໜາມຮົບ, ນັບຕັ້ງແຕ່ກຳລັງທີ່ຍັງອ່ອນນ້ອຍ ກ້າວໄປເຖິງການສ້າງຕັ້ງເຫຼົ່າຮົບເສນາຮັກໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບ, ການຈັດຕັ້ງບັນຊາພະນັກງານ, ນັກຮົບແພດໝໍ ທຸກຄົນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງມີຫົວຄິດປະດິດສ້າງ ດ້ວຍການນຳເອົາຮາກໄມ້ໃບຫຍ້າມາປຸງແຕ່ງເປັນຢາພື້ນເມືອງ, ສົມທົບຢາຫຼວງເພື່ອປິ່ນປົວຜູ້ບາດເຈັບ ແລະ ຜູ້ປ່ວຍ ລວມທັງເຮັດໜ້າທີ່ໂຄສະນາອະນາໄມ 3 ສະອາດ ຢູ່ບັນດາກົມກອງທະຫານ ແລະ ປະຊາຊົນ, ດ້ວຍຄຳຂວັນທີ່ວ່າ: ຢູ່ສະອາດ, ກິນສະອາດ ແລະ ນຸ່ງຫົ່ມສະອາດ, ເບີ່ງແຍງສຸຂະພາບຂອງພະນັກງານ-ນັກຮົບໃຫ້ເຂັ້ມແຂງ, ຮັບປະກັນກຽມພ້ອມສູ້ຮົບ.
ເພື່ອຮັບປະກັນໃຫ້ກຳລັງຕໍ່ສູ້ປະຕິວັດ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະແມ່ນເຕັກນິກການແພດ, ການເຊີດຊູ ແລະ ຄ່ຽນສົ່ງຄົນເຈັບ, ຄວາມສາມາດດ້ານສິລະປະຍຸດ, ຍຸດທະ ວິທີການແພດ, ການເມືອງ ແລະ ການທະຫານຂອງກຳລັງປະກອບອາວຸດ ມີຄວາມຈຳເປັນຕ້ອງມີສູນຝຶກ, ມີໂຮງຮຽນ, ມີໂຄງການຫຼັກສູດບຳລຸງ-ກໍ່ສ້າງທີ່ແນ່ນອນ, ຍ້ອນເຫັນໄດ້ຄວາມຮຽກຮ້ອງຕ້ອງ ການຂອງສະພາບການຄືດັ່ງກ່າວນັ້ນ, ໂຮງຮຽນສ້າງແພດ 105 ກອງທັບ ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງ ຂອງກອງບັນຊາການສູງສຸດ ສະບັບເລກທີ 406/ກບສ, ລົງວັນທີ 20 ເມສາ 1969 ຢູ່ຖ້ຳເຜີ້ງ ເຂດບ້ານນາຫວີດ ຕາແສງຊຽງຫຼວງ ເມືອງວຽງໄຊ ແຂວງຫົວພັນ, ຊຶ່ງເປັນເຂດທີ່ໝັ້ນຂອງການປະຕິວັດເພື່ອເຮັດໜ້າທີ່ກໍ່ສ້າງແພດທະຫານ, ຕອບສະໜອງໃຫ້ກົມກອງທະຫານເຮັດໜ້າທີ່ສູ້ຮົບຕ້ານສັດຕູຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ.
ຜ່ານໄລຍະ 46 ປີ ໂຮງຮຽນສ້າງແພດໄດ້ຮັບການປັບປຸງ-ກໍ່ສ້າງ, ຂະຫຍາຍຕົວຜ່ານຂະບວນວິວັດຍາວນານ ແລະ ລະອິດລະອ້ຽວ,
ໄປຄຽງຄູ່ກັບຂະບວນການຕໍ່ສູ້ຕ້ານການຮຸກຮານຂອງລັດທິລ່າເມືອງຂຶ້ນແບບໃໝ່ຈັກກະພັດອາເມລິກາ,
ອີກດ້ານໜຶ່ງສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດແຕ່ລະໄລຍະກໍມີການຜັນແປໄປຢ່າງສະຫຼັບຊັບຊ້ອນ,
ຊຶ່ງມີທັງອັນເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍດ້ານໄປຄຽງຄູ່ກັນ,
ຍ້ອນແນວນັ້ນໂຮງຮຽນ 105 ກອງທັບ ຈຶ່ງໄດ້ມີການຍົກຍ້າຍຊັບຊ້ອນໄປຕັ້ງຫຼາຍບ່ອນ
ແລະ ມີການປັບປຸງພັດທະນາໃຫ້ແທດເໝາະກັບຄວາມຕ້ອງການຂອງສະ ພາບການ ກໍຄືໜ້າທີ່ກຳລັງກໍ່ສ້າງ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ປະກາດສ້າງຕັ້ງເປັນ ສປປ
ລາວ ໃນວັນທີ 2 ທັນວາ 1975 ໂຮງຮຽນສ້າງແພດ
105 ກອງທັບ ໄດ້ຍົກຍ້າຍມາຕັ້ງຢູ່ບ້ານໜອງເປັດ, ເມືອງແປກ, ແຂວງຊຽງຂວາງ ແລະ ມາຮອດປີ 1977 ຍ້າຍມາຕັ້ງຢູ່ກຸ່ມພະລາທິການຫາດເດື່ອ, ເມືອງແກ້ວອຸດົມ,
ແຂວງວຽງຈັນ, ປີ 1980 ໂຮງຮຽນຍ້າຍມາຕັ້ງຢູ່ບ້ານສະພານທອງໃຕ້,
ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ປີ 1982 ຕາມການຊີ້ນຳຂອງລັດຖະມົນຕີ ກະ ຊວງປ້ອງກັນປະເທດ,
ແຍກໄປກໍ່ສ້າງແພດຊັ້ນກາງທົ່ວໄປ ລະບົບ 3 ປີ ຢູ່ບ້ານໂພນງາມ,
ເມືອງປາກເຊ, ແຂວງຈຳປາສັກ, ກໍ່ສ້າງສຳເລັດ 5 ຊຸດແລ້ວຍຸບ, ປີ 1994 ສະຖານທີ່ດັ່ງກ່າວມອບໃຫ້ກອງພັນໃຫຍ່
645, ປີ 1986 ສ້າງຕັ້ງເປັນໂຮງຮຽນແພດຊັ້ນສູງ
105 ກອງທັບ, ມາຮອດປີ 2006 ປ່ຽນເປັນວິທະຍາໄລແພດສາດກອງທັບ ແລະ ປີດຽວກັນ (2006) ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງຫຼັກສູດແພດຊັ້ນສູງທົ່ວໄປ ລະບົບ
4 ປີ ຢ່າງເປັນທາງການ, ຊຶ່ງໄລຍະດັ່ງກ່າວພົບກັບຄວາມຫຍຸ້ງຍາກຫຼາຍດ້ານ,
ນັບທັງພື້ນຖານໂຄງລ່າງຮັບປະກັນອຸປະກອນການສິດສອນ, ຖັນແຖວຄູ-ອາຈານ ແລະ ໂຄງການອົບຮົມສິດສອນກໍບໍ່ທັນເປັນລະບົບຄົບຊຸດ
ແຕ່ພວກເຮົາກໍສູ້ຊົນກໍ່ສ້າງພະນັກງານແພດຊັ້ນສູງ, ແພດຊັ້ນກາງ,
ການຢາຊັ້ນຕົ້ນ, ພະຍາບານຊັ້ນກາງ ແລະ ການຢາຊັ້ນຕົ້ນ
ອອກຮັບໃຊ້ກອງທັບ ຈຳນວນ 3.141 ສະຫາຍ.
ເພື່ອຕອບສະໜອງກັບສະພາບການຂອງໂລກໃນໄລຍະໃໝ່ ກໍຄືທິດທາງໜ້າທີ່ວຽກງານກໍ່ ສ້າງກຳລັງປ້ອງກັນຊາດຕາມມະຕິກອງປະຊຸມໃຫຍ່
ຄັ້ງທີ IX ຂອງພັກປະຊົນປະຕິວັດລາວກຳນົດອອກໂດຍສະເພາະແມ່ນທິດທາງປັບປຸງ-ກໍ່ສ້າງກອງທັບປະຕິວັດ, ແບບແຜນທັນສະໄໝ, ມັນມີຄວາມຈຳ ເປັນຕ້ອງໄດ້ປັບປຸງ ແລະ ສ້າງບັນດາລະບົບໂຮງຮຽນຂອງກອງທັບໃຫ້ໜັກແໜ້ນ,
ເຂັ້ມແຂງ ແລະ ທັນສະໄໝຮອບດ້ານ. ຍ້ອນຄວາມຮຽກຮ້ອງຕ້ອງການດັ່ງກ່າວ
ວັນທີ 9 ພະຈິກ 2014 ກະຊວງສຶກສາທິການ ແລະ
ກິລາ ໄດ້ອະນຸມັດນຳໃຊ້ຫຼັກສູດລະດັບປະລິນຍາຕີການແພດ ສາຂາວິຊາແພດທົ່ວໄປ ລະບົບ
6 ປີ ຢ່າງເປັນທາງການ, ພ້ອມນີ້ກະຊວງປ້ອງກັນປະເທດ
ໄດ້ອອກຂໍ້ຕົກລົງ ສະບັບເລກທີ 922/ປກທ, ລົງວັນທີ 10 ມີນາ 2015 ວ່າດ້ວຍ ການສ້າງຕັ້ງເປັນວິທະຍາຄານການແພດກອງທັບເອີ້ນຊື່ຫຍໍ້ວ່າ:
ວພທ, ຊຶ່ງໄດ້ມີພິທີປະກາດຂຶ້ນໃນວັນທີ
11 ທັນວາ 2015 ໂດຍແມ່ນສະຫາຍ ພົອ ຈັນສະໝອນ ຈັນຍາລາດ
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປີດປ້າຍຢ່າງເປັນທາງການ.
ເພື່ອເປັນພື້ນຖານບ່ອນອີງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດຢ່າງເປັນລະບົບ
ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ອອກດຳລັດ ເລກທີ 80/ນຍ,
ລົງວັນທີ 28 ມີນາ 2016 ກຳນົດທີ່ຕັ້ງ, ພາລະບົດບາດຂອງວິທະຍາຄານການແພດກອງທັບ,
ແມ່ນສະຖາບັນການສຶກສາສູງສຸດດ້ານວິຊາການແພດຂອງກອງທັບປະຊາຊົນລາວ,
ມີຖານະເທົ່າທຽມກັບ ‘‘ຂັ້ນກອງພົນ’’, ໃນສາຍບັນຊາຢູ່ໃຕ້ການຊີ້ນຳຄຸ້ມຄອງໂດຍກົງຮອບດ້ານ ແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ
ແລະ ກົມໃຫຍ່ພະລາທິການກອງ ທັບ.
ຜ່ານໄລຍະເສັ້ນທາງ 6 ປີ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ,ລັດຖະບານ ໂດຍກົງແມ່ນ ກະຊວງປ້ອງກັນປະເທດ, ໄດ້ການສະໜັບສະໜູນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງພັກ-ລັດ, ກອງທັບ, ອົງການປົກຄອງທ້ອງຖິ່ນ, ບວກກັບຄວາມບາກບັ່ນ, ຄວາມພະຍາຍາມຂອງຄະນະພັກ-ຄະນະອຳນວຍການ, ພະນັກງານ-ຄູອາຈານ ຕະຫຼອດເຖິງນັກສຶກສາ, ນັກຮົບພະລາກອນ ໃນທົ່ວວິທະຍາຄານການແພດກອງທັບ, ໄດ້ເຊື່ອມຊຶມກຳແໜ້ນ ແລະ ຕັ້ງໜ້າປະຕິບັດພາລະໜ້າທີ່ ທີ່ກະຊວງປ້ອງກັນປະ ເທດມອບໝາຍໃຫ້ ຈົນໄດ້ຮັບຜົນສຳເລັດ ແລະ ມີການປັບປຸງ, ພັດທະນາຕົນເອງກ້າວໜ້າຂຶ້ນ ເລື້ອຍໆເຊັ່ນ:
- ສະພາບການເມືອງ, ແນວຄິດຖັນແຖວພະນັກງານ, ຄູອາຈານ, ສະມາຊິກພັກ, ນັກສຶກສາ,
ນັກຮົບພະລາກອນ ທຸກຄົນມີຄວາມເຊື່ອໝັ້ນ,ຈົ່ງຮັກພັກດີຕໍ່ພັກ,ຕໍ່ອຸດົມການສັງຄົມນິຍົມ, ສ້າງຄວາມຕັດສິນໃຈສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ,
ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີເປັນປຶກແຜ່ນ,
ຕີຖອຍທຸກປະກົດການຫຍໍ້ທໍ້ໃນກົມກອງ, ຮັບປະກັນຄວາມສະຫງົບໜັກແໜ້ນແຕ່
98% ຂຶ້ນໄປ, ພົ້ນເດັ່ນກວ່າໝູ່ແມ່ນຊ່ວງໄລຍະປີ
2014 ເຖິງປະຈຸບັນ.
- ດ້ານການກໍ່ສ້າງພັກ: ພະນັກງານກໍມີການຂະຫຍາຍຕົວ ນັບທັງດ້ານຈຳນວນ
ແລະ ຄຸນນະ ພາບຄື: ໃນທົ່ວວິທະຍາຄານການແພດກອງທັບມີ: 01
ຄະນະພັກ, ມີ 03 ຄະນະພັກຮາກຖານ,
15 ໜ່ວຍພັກ, ມີສະມາຊິກທັງໝົດ 291 ສະຫາຍ, ມີ 15 ໜ່ວຍພັກປອດໃສ,
ເຂັ້ມແຂງ, ໜັກແໜ້ນ, ມີພະນັກງານແຕ່ຂັ້ນນາຍຮ້ອຍ
ເຖິງຂັ້ນພົນຈັດຕະວາ 274 ສະຫາຍ.
- ດ້ານໂຄງປະກອບການຈັດຕັ້ງ: ໄດ້ປັບປຸງໃຫ້ໜັກແໜ້ນ,
ເຂັ້ມແຂງ ແລະ ຂະຫຍາຍຕົວໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ປະຈຸບັນມີຄະນະພັກ 09 ສະ ຫາຍ, ຄະນະອຳນວຍການ 06 ສະຫາຍ, ມີ 05
ຫ້ອງ, 02 ຫ້ອງທຽບເທົ່າ, ມີ 01 ຄະນະຄູ, ມີ 01
ກອງພັນຄຸ້ມຄອງນັກສຶກສາ, ມີ 40 ພະແນກການ, 08 ຄະນະພາກວິຊາຄູ, 01 ໝູ່ປ້ອງກັນ, 03 ຄະນະຮັບຜິດຊອບນັກສຶກສາ, ມີຖັນແຖວຄູອາຈານ 134 ຄົນ, ຈຳນວນນັກສຶກສາເຂົ້າຮຽນແຕ່ລະ
ເປົ້າໝາຍ ໄລຍະປີ 2015 ສົກຮຽນໜຶ່ງມີປະມານ 120 ຄົນ ແລະ ມີນັກສຶກສາຮ່ຳຮຽນໃນແຕ່ລະຫຼັກ ສູດປະມານ 500 ຄົນຕໍ່ປີ, ສັງລວມແລ້ວນັບແຕ່ມື້ສ້າງຕັ້ງວິທະຍາຄານການແພດກອງທັບເຖິງປະຈຸບັນ
ພວກເຮົາສາມາດບຳລຸງ-ກໍ່ສ້າງນາຍແພດໄດ້ 335 ສະຫາຍ, ນັກສຶກສາກຳລັງສຶກສາຮ່ຳຮຽນມີ 482ສະຫາຍ.
ມາຮອດປະຈຸບັນນີ້ ພະນັກງານຄູມີ: ປະລິນຍາເອກ
2 ສະຫາຍ, ປະລິນຍາໂທ 15 ສະຫາຍ, ປະລິນຍາຕີ 45 ສະຫາຍ,
ສ້າງໄດ້ລະດັບແພດໝໍທີ່ມີຄວາມຮູ້, ຄວາມສາມາດດ້ານວິຊາການ,
ມີທັດ ສະນະທາງດ້ານການເມືອງແນວຄິດ, ການທະຫານ ແລະ
ຈັນຍາບັນແພດທະຫານ ປະກອບໃຫ້ບັນດາໂຮງໝໍຂັ້ນຕ່າງໆໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຕາມຄວາມຮຽກຮ້ອງຕ້ອງການ
ແລະ ກາຍເປັນຜູ້ນຳພາ-ບັນຊາ.
ເພື່ອປະຕິບັດຕາມທິດບຸກທະລຸດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ
ທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກວາງອອກ, ເພື່ອກຽມພ້ອມເຂົ້າສູ່ການເຊື່ອມໂຍງກັບລະບົບການສຶກສາໃຫ້ນັບມື້ມີຄຸນນະພາບສູງຕາມທິດນຳເພີ່ງຕົນເອງ,
ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການກໍ່ສ້າງນາຍແພດທະຫານໃຫ້ໄດ້ທັງປະລິມານ
ແລະ ຄຸນນະພາບ, ທັງມີລັກສະນະຈຳເພາະຮັບໃຊ້ກອງທັບ, ສາມາດກຽມພ້ອມສູ້ຮົບ, ຮັບປະກັນການປິ່ນປົວຮັກສາສຸຂະພາບໃນກອງທັບ
ໃນທຸກສະ ພາບການ.
ໂດຍອີງໃສ່ພາລະບົດບາດດັ່ງກ່າວ ວິທະຍາຄານການແພດກອງທັບ ໄດ້ຮັບມອບໝາຍຫຼາຍໜ້າທີ່ສຳຄັນ,
ເພື່ອສູ້ຊົນປະຕິບັດໃຫ້ເປັນຮູບປະທຳຕົວຈິງ ແນໃສ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນຂົງເຂດວຽກງານປ້ອງກັນຊາດ,
ໂດຍສະເພາະແມ່ນການກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆທີ່ພົວພັນເຖິງວິທະຍາສາດການແພດ,
ການບົ່ງມະຕິພະ ຍາດ ແລະ ການປິ່ນປົວຮັກສາສຸຂະພາບຂອງນາຍ ແລະ ພົນທະຫານ ກໍຄືປະຊາຊົນບັນດາເຜົ່າ
ຕາມມູນເຊື້ອແພດປະຕິວັດ, ມີແບບແຜນທັນສະໄໝ, ຊຶ່ງມີໜ້າທີ່ຕົ້ນຕໍຄື:
- ດ້ານໂຄງການຫຼັກສູດ ແລະ ຕິດຕັ້ງອຸປະກອນການຮຽນ-ການສອນ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບໃນແຕ່ລະໄລຍະ ກໍຄືທິດທາງ, ໜ້າທີ່, ຄາດໝາຍກໍ່ສ້າງນາຍແພດໃຫ້ມີຄຸນນະພາບ ຕິດພັນກັບຈັນຍາບັນຂອງແພດປະຕິວັດ, ວິທະຍາຄານການແພດກອງທັບພວກເຮົາ ໄດ້ເອົາໃຈໃສ່ຄົ້ນຄວ້າກໍ່ສ້າງ-ປັບປຸງພັດທະນາບັນດາໂຄງການຫຼັກສູດ, ລະບົບເອກະສານ, ນັບທັງການຂຶ້ນຫ້ອງທິດສະດີ, ລົງຝຶກງານຕົວຈິງຢູ່ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍມະຫາວິທະຍາໄລ, ຫັດແອບການແພດທະຫານຕົວຈິງໃຫ້ແກ່ບັນດາເປົ້າໝາຍບໍາລຸງ-ກໍ່ສ້າງ ຢ່າງເປັນລະບົບຄົບຊຸດ ແລະ ແທດເໝາະກັບຕົວຈິງເຊັ່ນ: ນັບແຕ່ມື້ສ້າງຕັ້ງເປັນວິທະຍາຄານການແພດ ສ້າງໄດ້ທັງໝົດ 19 ຫຼັກສູດນັບແຕ່ຫຼັກສູດແພດຊັ້ນຕົ້ນ ຮອດຫຼັກສູດເໜືອປະລິນຍາຕີ ແລະ ໃນ 06 ປີຜ່ານມາ ໄດ້ສ້າງ, ປັບປຸງ ແລະ ພັດທະນາ ພວມປະຕິບັດ 07 ຫຼັກສູດ, ຄຽງຄູ່ກັບການພັດທະນາຫຼັກສູດການຮຽນ-ການສອນ.
ໃນຕະຫຼອດໄລຍະທີ່ຜ່ານມາ ພວກເຮົາກໍບໍ່ຢຸດຢັ້ງໃນການປັບປຸງຫ້ອງຮຽນ, ຫ້ອງທົດລອງ ແລະ ຈັດຫາຈັດຊື້ເຄື່ອງທົດລອງ, ຫຸ່ນທົດລອງຕ່າງໆ
ເພື່ອຮັບໃຊ້ໃຫ້ແກ່ການຮຽນ-ການສອນດີຂຶ້ນເທື່ອລະກ້າວ, ຫຼັກສູດປະລິນຍາໂທ ຮູບຮ່າງໜ້າທີ່ການ ລະບົບ 03 ປີ,
ຫຼັກສູດຊ່ຽວຊານພາຍໃນ-ພາຍນອກ ລະບົບ 02
ປີ, ຫຼັກສູດປະລິນຍາຕີການແພດ ລະບົບ 06
ປີ, ຫຼັກສູດແພດຊັ້ນຕົ້ນເຊື່ອມຕໍ່ ລະ ບົບ 04
ປີ, ຫຼັກສູດພະຍາບານຊັ້ນສູງ ລະບົບ 03 ປີ, ວິເຄາະການແພດຊັ້ນກາງ ລະບົບ 03 ປີ, ຫຼັກ ສູດແພດຊັ້ນກາງ ລະບົບ 03 ປີ ຢູ່ບັນດາໂຮງໝໍບໍລິເວນ, ຫຼັກສູດບຳລຸງເອໂກກຣາຟິກ ລະບົບ
06 ເດືອນ, ຫຼັກສູດບຳລຸງວຽກງານບັນຊາເສນາຮັກ
ລະບົບ 05 ເດືອນ, ບຳລຸງຄູວິທະຍາຄານການແພດກອງທັບ
ກຳນົດ 03 ເດືອນ; ບັນດາຫຼັກສູດຕ່າງໆລ້ວນແຕ່ສອດຄ່ອງກັບແນວທາງປ້ອງກັນຊາດ
ໃນແຕ່ລະໄລຍະ, ຖືກຕ້ອງຕາມມາດຖານຂອງກະຊວງສຶກສາທິການ ແລະ ກິລາ ກຳນົດອອກ.
- ດ້ານການຄົ້ນຄວ້າວິທະຍາສາດ:
ພວກເຮົາມີລະບົບການຈັດຕັ້ງສະພາວິທະຍາສາດຂັ້ນພື້ນຖານຂອງວິທະຍາຄານການແພດກອງທັບ,
ຂັ້ນວິຊາການ, ປັບປຸງດນື້ອໃນ, ໂຄງການເຄື່ອນໄຫວ, ໂດຍລິເລີ່ມຈາກການຄົ້ນຄວ້າຂຽນ, ຮຽບຮຽງບັນດາເອກະສານ,
ປຶ້ມຕຳລາການຮຽນ-ການສອນ ໄດ້ 51 ວິຊາ ໄວ້ໃຫ້ນັກສຶກສາອ່ານເອກະສານຂໍ້ມູນຄົ້ນຄວ້າ, ອອກຫົວບົດສຳມະນາວິທະຍາສາດສະຖາບັນ,
ອົງການຕ່າງໆ, ນັບທັງພາຍໃນ ແລະ ນອກກອງທັບ,
ເຮັດໃຫ້ວຽກງານດັ່ງກ່າວຂະຫຍາຍຕົວ ແລະ ມີຜົນສຳເລັດເປັນຂັ້ນໆມາ.
ປະຈຸບັນນີ້ ວິທະຍາຄານການແພດກອງທັບ ມີຖັນແຖວນັກວິທະຍາສາດ ລະ ດັບຂະແໜງການຕ່າງໆເຖິງ
142 ຄົນ, ຂຽນ, ຮຽບຮຽງ
ແລະແປເອກະສານປຶ້ມຕຳລາການຮຽນ-ການສອນ ໄດ້ 119 ຫົວຂໍ້, ປະກອບຂໍ້ມູນຄົ້ນຄວ້າ ມີ: 7 ໂຄງການຫຼັກສູດ, ນຳໃຊ້ໂຄງການຫຼັກສູດຮຽນຄອມພິວເຕີໃຫ້ນັກສຶກສາທຸກລະບົບ,
ຮຽນພາສາຫວຽດນາມ ແລະ ພາສາອັງກິດ. ພ້ອມດຽວກັນນັ້ນ
ວິທະຍາຄານການແພດກອງທັບ ກໍໄດ້ເຂົ້າຮ່ວມກອງປະຊຸມວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດຕາມການຕົກລົງເຫັນດີຂອງກະຊວງປ້ອງກັນປະເທດ,
ໃນຕະຫຼອດໄລຍະ 06 ປີຜ່ານມາ ມາສາດຈັດຕັ້ງກອງປະຊຸມວິທະຍາສາດພາຍໃນ
2 ຄັ້ງ ແລະ ຮ່ວມກັບຫວຽດນາມ 2 ຄັ້ງ.
- ດ້ານການແກ້ໄຂຊີວິດການເປັນຢູ່:
ນອກຈາກຄຸ້ມຄອງ ແລະຈັດຕັ້ງປະຕິບັດງົບປະມານທີ່ຂັ້ນເທິງປະກອບໃຫ້ແລ້ວ ພວກເຮົາຍັງໄດ້ສຸມທຸກຄວາມພະຍາຍາມຊອກແຫຼ່ງລາຍຮັບ
ດ້ວຍການຜະລິດ ແລະ ບໍລິການເຊັ່ນ: ລ້ຽງງົວ, ປູກຜັກ, ປູກກ້ວຍ, ສ້າງໂຮງງານນ້ຳດື່ມ,
ຊື້ເຂົ້າກິນເອງ, ບໍລິການຂາຍເຄື່ອງດື່ມ ແລະ ອື່ນໆ,
ໃນແຕ່ລະປີມີລາຍຮັບເພີ່ມຂຶ້ນ ເພື່ອແກ້ໄຂວຽກງານ ແລະ ນະໂຍບາຍພາຍໃນກົມກອງຂອງຕົນດີພໍສົມຄວນ.
- ດ້ານພື້ນຖານໂຄງລ່າງ: ພວກເຮົາກໍໄດ້ສຸມທຸກຄວາມສາມາດຕາມທຶນຮອນທີ່ມີ ບວກກັບງົບປະມານຂັ້ນເທິງສະໜອງ ເຂົ້າໃນການປັບປຸງບູລະນະສ້ອມແປງພື້ນຖານເຮືອນເກົ່າ
ແລະ ກໍ່ສ້າງໃໝ່ໄດ້ຈຳນວນໜຶ່ງເຊັ່ນ: ຫ້ອງການເຮັດວຽກຂອງພາກວິຊາການຄູ,
ຫ້ອງຮຽນ, ສະໂມສອນຮົ່ມ, ຫໍສະໝຸດ, ເຮືອນນອນນັກສຶກສາ, ເຮືອນຄົວຫຼັງໃໝ່, ກໍ່ກໍາແພງອ້ອມ ແລະ ແກ້ໄຂລະບົບນ້ຳປະປາ,
ໄຟຟ້າ ໃນເຂດຄວາມຮັບຜິດຊອບເປັນລະບົບລະບຽບຈົບງາມ.
ນອກຈາກນັ້ນ ຍັງຕັ້ງໄດ້ເຮືອນເຄີ່ງຖາວອນເປັນສູນຝຶກແອບຢູ່ສວນທ່າດິນແດງ,
ອາໄສເວລາເອົານັກສຶກສາໄປຝຶກວິຊາການແພດທະຫານ ແລະ ພາກສົງຄາມ ວຽກງານບັນຊາເສນາຮັກ,
ເອົາພະແນກຜະລິດເປັນການປົກປັກຮັກສາເຂດດິນຂອງກົມກອງ.
- ດ້ານການຮ່ວມມືກັບພາຍໃນ ແລະຕ່າງປະເທດ:
ແມ່ນອີງໃສ່ອະນຸສັນຍາພົວພັນຮ່ວມມື ແລະ ການຕົກລົງຂອງກະຊວງປ້ອງກັນປະເທດ,
ໃນຊຸມປີຜ່ານມາ ພວກເຮົາໄດ້ມີການພົວພັນຮ່ວມມືຂົງເຂດວຽກງານອົບຮົມ-ບຳລຸງຄູອາຈານ, ຢ້ຽມຢາມ, ທັດສະນະສຶກສາແລກປ່ຽນບົດຮຽນ,
ປະຊຸມສຳມະນາກັບບັນດາສະຖາບັນຂອງບັນດາປະທດເພື່ອນມິດຍຸດທະສາດ, ກຸ່ມອາຊຽນ; ພິເສດ ທາງກະຊວງປ້ອງກັນປະເທດ ໄດ້ຕົກລົງໃຫ້ວິທະຍາຄານການແພດພວກເຮົາແຮກສ່ຽວກັບວິທະຍາຄານການແພດ
ສ ສ ຫວຽດນາມ ໃນປີ 2015, ຍ້ອນມີການພົວພັນເປີດກ້ວາງການຮ່ວມມືກັບຕ່າງປະເທດ
ພວກເຮົາໄດ້ຮັບການຊ່ວຍເຫຼືອດ້ານຊ່ຽວຊານ, ໂຄງການຫຼັກສູດ,
ທຶນຮອນໄປບຳລຸງ-ກໍ່ສ້າງພະນັກງານ, ຄູອາຈານ, ເຮັດໃຫ້ບົດບາດຂອງວິທະຍາຄານການແພດກອງທັບ ໄດ້ຮັບການຍົກສູງ
ແລະ ສ້າງສາຍພົວພັນຮ່ວມມືນັບມື້ຫຼາຍຂຶ້ນ.
ຜົນງານດ້ານດີ ກໍຄືຜົນສຳເລັດການເຕີບໃຫຍ່ຂະຫຍາຍຕົວ ໄລຍະ 06 ປີຜ່ານມາ ທີ່ວິທະຍາ ຄານການແພດກອງທັບບັນລຸໄດ້ນັ້ນ ກ່ອນອື່ນແມ່ນຍ້ອນມີແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ,
ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ, ຊີ້ນຳໂດຍກົງຮອບ ດ້ານຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ,
ກົມເສນາຮັກກອງທັບ, ການສະໜັບສະໜູນຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງລັດ,
ກະຊວງ, ສະຖາບັນຕ່າງໆ ນັບທັງພາຍໃນ ແລະ ນອກກອງທັບ,
ຕະຫຼອດຮອດອົງການປົກຄອງເມືອງ, ທ້ອງຖິ່ນ,
ຫົວໜ່ວຍທຸລະກິດ ແລະ ເອກະຊົນ, ບວກກັບຄວາມບາກບັນສູ້ຊົນບຸກບືນຂອງນາຍ
ແລະ ພົນທະຫານ ໃນທົ່ວວິທະຍາຄານການແພດກອງທັບ ແລະ ການປະກອບສ່ວນອັນສຳຄັນຂອງບັນດານັກຮຽນ-ນັກສຶກສາ ໃນແຕ່ລະຊຸດ, ຈຶ່ງເຮັດໃຫ້ວິທະຍາ ຄານການແພດກອງທັບ
ມີການພັດທະນາ, ເຂັ້ມແຂງຂຶ້ນເປັນກ້າວໆ; ຕໍ່ຜົນສຳເລັດ ແລະ ຜົນງານ, ຄຸນ ງາມຄວາມດີທີ່ວິຍາຄານການແພດກອງທັບ
ຍາດມາໄດ້ນັ້ນ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຂັ້ນຕ່າງໆຂອງລວມໝູ່ ແລະ ບຸກຄົນຕົວເດັ່ນ:
ຍ້ອງຍໍຂັ້ນລັດຖະບານ ຫຼຽນໄຊປະເພດຕ່າງໆມີ: 102 ໜ່ວຍ ແລະ ໃບຍ້ອງຍໍ 85 ໃບ, ໃບຍ້ອງຍໍກົມໃຫຍ່
226 ໃບ, ຫຼຽນກາລະນຶກວັນສ້າງຕັ້ງກອງທັບ ຄົບຮອບ
70 ປີ ຈຳນວນ 143 ໜ່ວຍ.
ໂດຍ: ພົວ ສຸລິວົງ ລັດວິໄລ